ACD
Nakokpho village, Salavan district & Province
  • By Administrator
  • September 2, 2025

ຝຶກອົບຮົມກ່ຽວກັບຄວາມຮູ້ດ້ານການປະເມີນຊຸມມຊົນແບບມີສ່ວນຮ່ວມ

ໃນລະຫວ່າງວັນທີ 27-29 ສິງຫາ 2025 ທີ່ຫ້ອງປະຊຸມ ສະມາຄົມ ພັດທະນາຊຸມຊົນບ້ານເຮົາ ໄດ້ສຳເລັດການຝຶກອົບຮົມກ່ຽວກັບຄວາມຮູ້ດ້ານການປະເມີນຊຸມມຊົນແບບມີສ່ວນຮ່ວມ (Participatory Rural Approach) ແລະ ສ້າງແຜນຕິດຕາມ ແລະ ປະເມີນຜົນ (Monitoring and Evaluation Framework) ສໍາລັບໂຄງການ "ການເຂົ້າເຖິງໄຟຟ້າໂດຍຜ່ານພະລັງງານຫມຸນວຽນສໍາລັບຊຸມມຊົນທີ່ທຸກຍາກ" (Access to electricity, Via renewableenergy project) ຈຸດປະສົງ ພັດທະນາທັກສະ ການສ້າງແຜນການມີສ່ວນຮ່ວມ ແລະ ເຕົ້າໂຮມຊຸມຊົນ ສ້າງຄວາມເຂມແຂງໃຫ້ກັບພະນັກງານໃນການອອກແບບແຜນຂອບວຽກ ແລະ...
  • By Administrator
  • August 20, 2025

ຝຶກອົບຮົມລະດັບພາກພື້ນເພື່ອພັດທະນາແຜນປະຕິບັດງານຮ່ວມກັນກ່ຽວກັບການມີສະພາບແວດລ້ອມທີ່ດີ

ໃນລະຫວ່າງວັນທີ 9-12 ສິງຫາ 2025 ພາຍໃຕ້ໂຄງການ “ສົ່ງເສີມການສຶກສາ, ໂພຊະນາການ, ຮັກສາສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນ ແບບຍືນຍົງໃນໂຮງຮຽນ ສາມັນສຶກສາ ແລະ ຊຸມຊົນ ແຂວງ ສາລະວັນ, ໄລຍະ II” ນ້ອງໆອາສາສະໝັກ 4 ນ້ອງ ພ້ອມດ້ວຍພະນັກງານ ສພຊຮ 1 ທ່ານ ໄດ້ເຂົ້າຮ່ວມກິດຈະກຳຝຶກອົບຮົມຫົວຂໍ້: “ຝຶກອົບຮົມລະດັບພາກພື້ນເພື່ອພັດທະນາແຜນປະຕິບັດງານຮ່ວມກັນກ່ຽວກັບການມີສະພາບແວດລ້ອມທີ່ດີ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ” ທີ່ ຈັງຫວັດຊຽງໃໝ່ ແລະ ທັດສະນະສຶກສາແລກປ່ຽນຢູ່ພື້ນທີ່ເປົ້າໝາຍຂອງສະມາຄົມສ້າງສັນຊີວິດ ແລະ...
  • By Administrator
  • August 1, 2025

ຝຶກອົບຮົມ Connect & Collaborate: Networking for Success and Strategic Partnership

ໃນລະຫວ່າງວັນທີ 28-31 ກໍລະກົດ 2025, ຜູ້ອຳນວຍການ ແລະ ພະນັກງານ ສພຊຮ ຈຳນວນ 2 ທ່ານ ໄດ້ເຂົ້າຮ່ວມຝຶກອົບຮົມ ພາຍໃຕ້ຫົວຂໍ້ : Connect & Collaborate: Networking for Success and Strategic Partnership, ຢູ່ທີ່ Santi Resort, ແຂວງ ຫລວງພະບາງ, ຈັດຂື້ນໂດຍຄະນະກຳມະການ ປະສານງານອົງການຈັດຕັ້ງສັງຄົມລາວ (LCCC) ແລະ ຫ້ອງການພາກພື້ນອົງການເຂົ້າຈີ່ໂລກ ຫວຽດນາມ...
  • By Administrator
  • July 17, 2025

ກິດຈະກໍາຝຶກອົບຮົມ ການສະໜັບສະໜຸນນະໂຍບາຍເດັກ/ໄວໜຸ່ມ

ໃນວັນທີ 15-16 ກໍລະກົດ 2025 ທີ່: ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ ໄດ້ສຳເລັດ ຈັດກິດຈະກໍາຝຶກອົບຮົມໃນຫົວຂໍ້ “ການສະໜັບສະໜຸນນະໂຍບາຍເດັກ/ໄວໜຸ່ມ ແລະ ການຮ່າງແຜນປະຕິບັດວຽກ (Action Planning) ໃຫ້ຕົວແທນກຸ່ມອາສາສະໝັກ” ຈາກໂຮງຮຽນເປົ້າໝາຍຂອງໂຄງການECR_Mekong ເຊິ່ງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນກຸ່ມຕົວແທນອາສາສະໝັກ ໄດ້ຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບເອກະສານ GC26 ແລະ ASEN PPG ພ້ອມທັງຮູ້ວິທີການນຳໄປເຊື່ອມໂຍງກັບບັນຫາສິ່ງແວດລ້ອມທີ່ເກີດຂື້ນໃນເຂດຊຸມຊົນທ້ອງຖິ່ນຂອງຕົນ ແລະ ໄດ້ຝຶກການເຮັດວຽກຮ່ວມກັນ, ສ້າງການສື່ສານໃນກຸ່ມ ເພື່ອເປັນພື້ນຖານໃນການຮ່ວມກັນຂັບເຄື່ອນກິດຈະກຳຕ່າງໆຂອງ ເດັກ/ໄວໜຸ່ມ ໃນພື້ນທີ່ເປົ້າໝາຍ
  • By Administrator
  • July 1, 2025

Training for Adult Environmental Educators

ໃນວັນທີ 21-22 ມີນາ 2025 ສະມາຄົມພັດທະນາຊຸມຊົນບ້ານເຮົາ (ສພຊຮ) ຮ່ວມກັບຄູ່ຮ່ວມງານພາກລັດ ໄດ້ຈັດກິດຈະກຳຝຶກອົບຮົມຫົວຂໍ້ "Training for Adult Environmental Educators" ຢູ່ຫ້ອງປະຊຸມໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ສາລະວັນ ໂດຍມີຄູສອນຈາກ 4 ໂຮງຮຽນເປົ້າໝາຍ ປະກອບດ້ວຍ ໂຮງຮຽນ ມສ ໜອງໃສ, ມສ ນາໄຊ, ມສ ດົງໃຫຍ່ ແລະ ມຕ ຫໍກອງ ຈາກເມືອງສາລະວັນ ແລະ ເມືອງເລົ່າງາມ ໂດຍມີຜູ້ເຂົ້າຮ່ວມທັງໝົດ 29...
  • By Administrator
  • July 1, 2025

ກອງປະຊຸມທົບທວນແຜນຍຸດທະສາດ ແລະ ກອງປະຊຸມຝຶກອົບຮົມເສດຖະກິດຊຸມຊົນ

ໃນລະຫວ່າງວັນທີ 18-23 ກຸມພາ 2025 ທີ່: ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ສາລະວັນ, ສະມາຄົມ ພັດທະນາຊຸມຊົນບ້ານເຮົາ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອເສີມຂະຫຍາຍວຽກງານພັດທະນາຊົນນະບົດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ກອງປະຊຸມໃນຄັ້ງນີ້ ມີ 2 ຫົວຂໍ້ສໍາຄັນຄື: ກອງປະຊຸມທົບທວນແຜນຍຸດທະສາດ ກອງປະຊຸມທົບທວນແຜນຍຸດທະສາດ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນທົບທວນຜົນສຳເລັດ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດແຜນຍຸດທະສາດໃນໄລຍະຜ່ານມາ, ນອກຈາກນັ້ນ, ຍັງໄດ້ດຳເນີນການວິເຄາະຈຸດແຂງ-ຈຸດອ່ອນ, ໂອກາດ-ອຸປະສັກ ແລະ ປັດໄຈສະພາບແວດລ້ອມຕ່າງໆ ທີ່ສົ່ງຜົນຕໍ່ການພັດທະນາຊົນນະບົດ ເພື່ອກຳນົດເປັນທິດທາງການພັດທະນາໃນອະນາຄົດ,...