ACD
Nakokpho village, Salavan district & Province
ໃນລະຫວ່າງວັນທີ 9-12 ສິງຫາ 2025 ພາຍໃຕ້ໂຄງການ “ສົ່ງເສີມການສຶກສາ, ໂພຊະນາການ, ຮັກສາສິ່ງແວດລ້ອມ ແລະ ການນໍາໃຊ້ຊັບພະຍາກອນ ແບບຍືນຍົງໃນໂຮງຮຽນ ສາມັນສຶກສາ ແລະ ຊຸມຊົນ ແຂວງ ສາລະວັນ, ໄລຍະ II” ນ້ອງໆອາສາສະໝັກ 4 ນ້ອງ ພ້ອມດ້ວຍພະນັກງານ ສພຊຮ 1 ທ່ານ ໄດ້ເຂົ້າຮ່ວມກິດຈະກຳຝຶກອົບຮົມຫົວຂໍ້: “ຝຶກອົບຮົມລະດັບພາກພື້ນເພື່ອພັດທະນາແຜນປະຕິບັດງານຮ່ວມກັນກ່ຽວກັບການມີສະພາບແວດລ້ອມທີ່ດີ ແລະ ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ” ທີ່ ຈັງຫວັດຊຽງໃໝ່ ແລະ ທັດສະນະສຶກສາແລກປ່ຽນຢູ່ພື້ນທີ່ເປົ້າໝາຍຂອງສະມາຄົມສ້າງສັນຊີວິດ ແລະ ສິ່ງແວດລ້ອມ (ACED) ທີ່ ຈັງຫວັດຊຽງລາຍ ປະເທດໄທ

ຈຸດປະສົງກິດຈະກຳ :

  1. ເພື່ອເປັນການສ້າງເຄືອຂ່າຍກຸ່ມເດັກ ແລະ ໄວໜຸ່ມຂອງ 04 ປະເທດເປົ້າໝາຍ (ລາວ, ໄທ, ຫວຽດນາມ ແລະ ກຳປູເຈຍ)
  2. ເພີ່ມການມີສ່ວນຮ່ວມຂອງເດັກ ແລະ ໄວໜຸ່ມໃນການກຳນົດຍຸດທະສາດ ແລະ ນະໂຍບາຍໃນລະດັບພາກພື້ນ
  3. ເປີດເວທີໃຫ້ນ້ອງໆຈາກ 04 ປະເທດໄດ້ສະແດງມຸມມອງແລກປ່ຽນເຊິ່ງກັນ ແລະ ກັນ ໂດຍສະເພາະໃນຫົວຂໍ້ການປັບຕົວເຂົ້າກັບການປ່ຽນແປງດິນຟ້າອາກາດ