ACD

ປະຫວັດສະມາຄົມ ພັດທະນາຊຸມຊົນບ້ານເຮົາ ໂດຍຫຍໍ້

ສະມາຄົມ ພັດທະນາຊຸມຊົນບ້ານເຮົາ ຫຼື ສພຊຮ (Association for Community Development: ACD) ໄດ້ຮັບການຈົດທະບຽນຢ່າງເປັນທາງການ ເປັນສະມາຄົມບໍ່ຫວັງຜົນກຳໄລ ຫຼື ອົງການຈັດຕັ້ງສັງຄົມ (Civil Society Organization: CSO) ຈາກກະຊວງພາຍໃນ ໃນວັນທີ 28 ມິຖຸນາ ປີ 2013. ໂດຍອີງໃສ່ຜົນການປະເມີນ ການປະຕິບັດວຽກຂອງສະມາຄົມ. ປັດຈຸບັນ, ສະມາຄົມ “ພັດທະນາຊຸມຊົນບ້ານເຮົາ” ສາມາດຈັດຕັ້ງປະຕິບັດໂຄງການຕ່າງໆ ຢູ່ທຸກແຂວງໃນຂອບເຂດທົ່ວປະເທດ

ວິໄສທັດ

ຄວາມສົມບູນພູນສຸກຂອງ ເດັກ ແລະ ຊຸມຊົນ.

ພັນທະກິດ:

ສົ່ງເສີມການສຶກສາ ທັງໃນ ແລະ ນອກໂຮງຮຽນ ໂດຍການມີສ່ວນຮ່ວມ ແລະ ເປັນເຈົ້າການ ຂອງຜູ້ໄດ້ຮັບຜົນປະໂຫຍດ.

ເປົ້າໝາຍ, ຈຸດປະສົງ, ຍຸດທະສາດ ແລະ ກິດຈະກຳ

ເປົ້າໝາຍທີ 1: ເພີ່ມຄວາມອາດສາມາດໃຫ້ແກ່ຊຸມຊົນເປົ້າໝາຍໃນການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດໃຫ້ເກີດປະສິດທິຜົນສູງສຸດ, ພ້ອມທັງສົ່ງເສີມການພັດທະນາເສດຖະກິດຊຸມຊົນ ໂດຍການຄ້ຳປະກັນສະບຽງອາຫານ, ການສ້າງລາຍຮັບ ແລະ ວຽກເຮັດງານທຳ, ການເຂົ້າເຖິງການສຶກສາທີ່ເປັນປະໂຫຍດ, ຕິດພັນກັບການປູກຈິດສຳນຶກດ້ານສິດທິ ແລະ ການຮັກສາສິ່ງແວດລ້ອມ ກ້າວໄປສູ່ການເພິ່ງຕົວເອງຂອງຊຸມຊົນ.

 

ເປົ້າໝາຍທີ 2: ຍົກລະດັບຄວາມເປັນນັກພັດທະນາມືອາຊີບ, ມີຄວາມຊ່ຽວຊານສະເພາະດ້ານ ແລະ ສ້າງຄວາມເຂັ້ມແຂງໃນການເພິ່ງຕົວເອງຂອງອົງກອນ.

ຮູບພາບຂອງພວກເຮົາ