ACD
ບ້ານ ນາກົກໂພ, ເທສະບານເມືອງ ແລະ ແຂວງ ສາລະວັນ

ໃນລະຫວ່າງວັນທີ 27-29 ສິງຫາ 2025 ທີ່ຫ້ອງປະຊຸມ ສະມາຄົມ ພັດທະນາຊຸມຊົນບ້ານເຮົາ

ໄດ້ສຳເລັດການຝຶກອົບຮົມກ່ຽວກັບຄວາມຮູ້ດ້ານການປະເມີນຊຸມມຊົນແບບມີສ່ວນຮ່ວມ (Participatory Rural Approach) ແລະ ສ້າງແຜນຕິດຕາມ ແລະ ປະເມີນຜົນ (Monitoring and Evaluation Framework) ສໍາລັບໂຄງການ “ການເຂົ້າເຖິງໄຟຟ້າໂດຍຜ່ານພະລັງງານຫມຸນວຽນສໍາລັບຊຸມມຊົນທີ່ທຸກຍາກ” (Access to electricity, Via renewableenergy project)

ຈຸດປະສົງ

  1. ພັດທະນາທັກສະ ການສ້າງແຜນການມີສ່ວນຮ່ວມ ແລະ ເຕົ້າໂຮມຊຸມຊົນ
  2. ສ້າງຄວາມເຂມແຂງໃຫ້ກັບພະນັກງານໃນການອອກແບບແຜນຂອບວຽກ ແລະ ການຈັດຕັງປະຕິບັດວຽກງານການຕິດຕາມ ແລະ ປະເມີນຜົນ.
  3. ອໍານວຍຄວາມສະດວກໃນການລະດົມຄວາມຮູ້ ເພື່ອສ້າງແຜນການປະຕິບັດຂອງໂຄງການພະລັງງານໝຸນວຽນຂອງຊມຊົນ.
ຄູຝຶກຈາກ: ສູນຝຶກອົບຮົມ ແລະ ທີ່ປຶກສາ ສຸວັນນະຊັບ ນະຄອນຫຼວງວຽງຈັນ