ACD

ໃນວັນທີ 26 ພຶດສະພາ 2025 ໄດ້ຈັດພິທີ ການມອບ-ຮັບ ອາຄານຮຽນຫຼັງໃໝ່ ໂຮງຮຽນປະຖົມສົມບູນບ້ານ ມໍນະ ເມືອງ ສິງ ແຂວງ ຫຼວງນ້ຳ ໂດຍເຂົ້າຮ່ວມ ທ່ານ ຢູຈິໂມລິ ປະທານມູນນິທິ ນິບປອນ ແຫ່ງປະເທດຍີ່ປຸ່ນ ພ້ອມດ້ວຍຄະນະ, ຜູ້ອຳນວຍການ ສະມາຄົມ ພັດທະນາຊຸມຊົນບ້ານເຮົາ, ຫົວໜ້າພະແນກສຶກສາທິການ ແລະ ກິລາ, ຄະນະປະຈຳພັກເມືອງ, ຫົວໜ້າຫ້ອງການສຶກສາ ແລະ ກິລາ, ພ້ອມດ້ວຍພາກສ່ວນທີກ່ຽວຂ້ອງຂັ້ນກະຊວງ, ແຂວງ, ເມືອງ ຕະຫຼອດຮອດອຳນາດການປົກຄອງ, ຄູອາຈານ ແລະ ນ້ອງນ້ອຍນັກຮຽນ ດ້ວຍບັນຍາກາດອົບອຸ່ນກັບການຕ້ອນຮັບ