
ໃນວັນທີ 21-22 ມີນາ 2025 ສະມາຄົມພັດທະນາຊຸມຊົນບ້ານເຮົາ (ສພຊຮ) ຮ່ວມກັບຄູ່ຮ່ວມງານພາກລັດ ໄດ້ຈັດກິດຈະກຳຝຶກອົບຮົມຫົວຂໍ້ “Training for Adult Environmental Educators” ຢູ່ຫ້ອງປະຊຸມໂຮງຮຽນເຕັກນິກວິຊາຊີບແບບປະສົມແຂວງ ສາລະວັນ ໂດຍມີຄູສອນຈາກ 4 ໂຮງຮຽນເປົ້າໝາຍ ປະກອບດ້ວຍ ໂຮງຮຽນ ມສ ໜອງໃສ, ມສ ນາໄຊ, ມສ ດົງໃຫຍ່ ແລະ ມຕ ຫໍກອງ ຈາກເມືອງສາລະວັນ ແລະ ເມືອງເລົ່າງາມ ໂດຍມີຜູ້ເຂົ້າຮ່ວມທັງໝົດ 29 ທ່ານ, ຍິງ 14 ທ່ານ. ກິດຈະກຳຄັ້ງນີ້ມີຈຸດປະສົງຫຼັກເພື່ອເປີດເວທີໃຫ້ຄູແລກປ່ຽນໃນການພັດທະນາຫຼັກສູດ, ເຊື່ອມໂຍງ ແລະ ສົ່ງເສີ່ມການຈັດການສຶກສາສິ່ງແວດລ້ອມພາຍໃນໂຮງຮຽນ ແລະ ຊຸມຊົນ.