ACD
ບ້ານ ນາກົກໂພ, ເທສະບານເມືອງ ແລະ ແຂວງ ສາລະວັນ
ໃນວັນທີ 15-16 ກໍລະກົດ 2025 ທີ່: ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ ສາລະວັນ
ໄດ້ສຳເລັດ ຈັດກິດຈະກໍາຝຶກອົບຮົມໃນຫົວຂໍ້ “ການສະໜັບສະໜຸນນະໂຍບາຍເດັກ/ໄວໜຸ່ມ ແລະ ການຮ່າງແຜນປະຕິບັດວຽກ (Action Planning) ໃຫ້ຕົວແທນກຸ່ມອາສາສະໝັກ” ຈາກໂຮງຮຽນເປົ້າໝາຍຂອງໂຄງການECR_Mekong ເຊິ່ງໃນການຝຶກອົບຮົມໃນຄັ້ງນີ້ ແມ່ນກຸ່ມຕົວແທນອາສາສະໝັກ ໄດ້ຮຽນຮູ້ ແລະ ທຳຄວາມເຂົ້າໃຈກ່ຽວກັບເອກະສານ GC26 ແລະ ASEN PPG ພ້ອມທັງຮູ້ວິທີການນຳໄປເຊື່ອມໂຍງກັບບັນຫາສິ່ງແວດລ້ອມທີ່ເກີດຂື້ນໃນເຂດຊຸມຊົນທ້ອງຖິ່ນຂອງຕົນ ແລະ ໄດ້ຝຶກການເຮັດວຽກຮ່ວມກັນ, ສ້າງການສື່ສານໃນກຸ່ມ ເພື່ອເປັນພື້ນຖານໃນການຮ່ວມກັນຂັບເຄື່ອນກິດຈະກຳຕ່າງໆຂອງ ເດັກ/ໄວໜຸ່ມ ໃນພື້ນທີ່ເປົ້າໝາຍ