ACD
ໃນລະຫວ່າງວັນທີ 18-23 ກຸມພາ 2025 ທີ່: ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາ ແຂວງ ສາລະວັນ, ສະມາຄົມ ພັດທະນາຊຸມຊົນບ້ານເຮົາ ໄດ້ຈັດກອງປະຊຸມຝຶກອົບຮົມ ເພື່ອເສີມຂະຫຍາຍວຽກງານພັດທະນາຊົນນະບົດ ໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ, ກອງປະຊຸມໃນຄັ້ງນີ້ ມີ 2 ຫົວຂໍ້ສໍາຄັນຄື:
  1. ກອງປະຊຸມທົບທວນແຜນຍຸດທະສາດ
    ກອງປະຊຸມທົບທວນແຜນຍຸດທະສາດ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມກັນທົບທວນຜົນສຳເລັດ ແລະ ສິ່ງທ້າທາຍຂອງການຈັດຕັ້ງປະຕິບັດແຜນຍຸດທະສາດໃນໄລຍະຜ່ານມາ, ນອກຈາກນັ້ນ, ຍັງໄດ້ດຳເນີນການວິເຄາະຈຸດແຂງ-ຈຸດອ່ອນ, ໂອກາດ-ອຸປະສັກ ແລະ ປັດໄຈສະພາບແວດລ້ອມຕ່າງໆ ທີ່ສົ່ງຜົນຕໍ່ການພັດທະນາຊົນນະບົດ ເພື່ອກຳນົດເປັນທິດທາງການພັດທະນາໃນອະນາຄົດ, ຜົນຂອງການທົບທວນນີ້ຈະໄດ້ຮັບການພັດທະນາເປັນແຜນຍຸດທະສາດ ສະມາຄົມ ພັດທະນາຊຸມຊົນບ້ານເຮົາ ສະບັບໃໝ່ ສຳລັບປີ 2026-2030.
  2. ກອງປະຊຸມຝຶກອົບຮົມເສດຖະກິດຊຸມຊົນ
    ຕໍ່ເນື່ອງຈາກການທົບທວນແຜນຍຸດທະສາດ, ກອງປະຊຸມຝຶກອົບຮົມຫົວຂໍ້ “ເສດຖະກິດຊຸມຊົນ ເພື່ອຄວາມຍືນຍົງ” ການຝຶກອົບຮົມໄດ້ເນັ້ນໜັກໃສ່ການສ້າງຄວາມເຂົ້າໃຈກ່ຽວກັບແນວຄິດພື້ນຖານເສດຖະກິດຊຸມຊົນ ແລະ ວິທີການເຊື່ອມໂຍງຍຸດທະສາດ ສະມາຄົມ ພັດທະນາຊຸມຊົນບ້ານເຮົາ, ເຂົ້າກັບການພັດທະນາເສດຖະກິດຊຸມຊົນ, ຜູ້ເຂົ້າຮ່ວມໄດ້ຮຽນຮູ້ວິທີການວິເຄາະທຶນຊຸມຊົນ, ການສ້າງແຜນທີ່ທ່າແຮງຊຸມຊົນ ແລະ ການປະເມີນຄວາມພ້ອມຂອງຊຸມຊົນເປົ້າໝາຍ, ພະນັກງານທຸກຄົນໄດ້ອອກຄຳຄິດເຫັນແລກປ່ຽນຢ່າງກົງໄປກົງມາ, ເພື່ອເປັນອັນໜືງອັນດຽວ ໃນການໄປຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ.
ຄູຝຶກ: ອາຈານ ຊາຄຣິດ ຫານຄຳພາ